Closet - ຊ່າງເຟີນີເຈີ (Carpenter)

ຮຽນວິຊາຊີບ ຊີວິດສົດໃສ

วันเสาร์ที่ 24 กุมภาพันธ์ พ.ศ. 2561

Closet

ປະຫວັດຄວາມເປັນມາຂອງຕູ້ໃສ່ເສື້ອຜ້າ



          ໂດຍຜ່ານວິວັດທະນາການຄວາມກ້າວໜ້າທັນສະໄໝທາງດ້ານສະຕິປັນຍາ ແລະ ເຕັກນິກວິຊາການຂອງມວນມະນຸດເຮົາທີ່ໄດ້ຜ່ານການສັງເກດໃນການດຳລົງຊີວິດເຊິ່ງໃນເມື່ອກ່ອນມະນຸດເຮົາຍັງບໍ່ທັນມີເຕັກໂນ່ໂລຊີທີ່ທັນສະໄໝ ແລະ ເຕັກນິກ, ສະຕິປັນຍາຍັງບໍ່ທັນສູງມີແຕ່ການມັດເຊືອກເຮັດຜຽກ, ເຮັດຮາວໄວ້ສຳລັບຫ້ອຍ ຫຼື ພາດເຄື່ອງຕ່າງໆ.
          ມາຮອດສະຕະວັດທີ XVII ເຊິ່ງເປັນໄລຍະມວນມະນຸດເຮົາມີການພັດທະນາທາງດ້ານແນວຄິດ, ສີມືແຮງງານ ແລະ ໄດ້ນຳໃຊ້ເຄື່ອງຈັກທີ່ທັນສະໄໝຫຼາຍຂຶ້ນກ່ວາເກົ່າ, ຫຼັງຈາກນັ້ນຈຶ່ງເລີ່ມຮູ້ຜະລິດເຄື່ອງເຟີນີເຈີທີ່ຕົບແຕ່ງດ້ວຍໄມ້ ເພື່ອຮັບໃຊ້ພາຍໃນອາຄານບ້ານເຮືອນ ແລະ ສະຖານທີ່ຕ່າງໆ ເຫັນວ່າການທີ່ຈະຜະລິດຕູ້ໃສ່ເສື້ອຜ້າແບບ 3 ບານມີ 1 ລີ້ນຊັກນີ້ເໝາະສົມແກ່ການເກັບຮັກສາເສື້ອຜ້າ, ເຄື່ອງນຸ່ງຮົ່ມຕ່າງໆ  ແລະ ເປັນການຕົບແຕ່ງພາຍໃນອາຄານບ້ານເຮືອນໃຫ້ມີຄວາມເປັນລະບຽບຈົບງາມອີກດ້ວຍ.

   ຄວາມໝາຍ ແລະ ຄວາມສຳຄັນຂອງຕູ້ໃສ່ເສື້ອຜ້າ


          ວຽກເຟີນີເຈີເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈໍາເປັນໃນການພັດທະນາເສດຖະກິດແຫ່ງຊາດເຊິ່ງເຮັດໃຫ້ສັງ ຄົມມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນພ້ອມທັງສ້າງໃຫ້ຄົນເຮົາລຸດພົ້ນຈາກໄພວ່າງງານ, ດັ່ງນັ້ນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມຈຶ່ງຈໍາເປັນຕ້ອງສ້າງໃຫ້ມີໂຮງຈັກ-ໂຮງງານຂຶ້ນເຊິ່ງໃນນັ້ນໂຮງເຟີນີເຈີກໍ່ແມ່ນໂຮງງານໜຶ່ງທີ່ມີຄວາມສຳຄັນ ແລະ ເປັນແຫຼ່ງທີ່ມີລາຍຮັບສູງໃຫ້ແກ່ການພັດທະນາປະເທດຊາດ ແລະ ການດຳເນີນທຸລະກິດ, ຕູ້ໃສ່ເສື້ອຜ້າແບບ 3 ບານມີ 1 ລີ້ນຊັກກໍ່ແມ່ນຜະລິດຕະພັນໜຶ່ງທີ່ໄດ້ມາຈາກການຜະລິດເຄື່ອງເຟີນີເຈີ ແລະ ເຄື່ອງຮັບໃຊ້ຊະນິດນີ້ແມ່ນເພີ່ນນິຍົມໃຊ້ຫຼາຍໃນສັງຄົມປັດຈຸບັນ, ໃນສະພາບຕົວຈິງຂອງສັງຄົມເຮົາກໍ່ສາມາດເຫັນໄດ້ຢ່າງເດັ່ນຊັດກ່ຽວກັບການຕົບແຕ່ງ, ທຸກຄົນລ້ວນແຕ່ມັກຄວາມເປັນລະບຽບຈົບງາມບໍ່ວ່າຈະເປັນດ້ານໃນ ຫຼື ດ້ານນອກອາຄານບ້ານເຮືອນ ແລະ ສະພາບແວດລ້ອມອ້ອມຂ້າງຕ່າງໆ, ດັ່ງນັ້ນ ການຜະລິດເຄື່ອງສຳເລັດຮູບຊະນິດນີ້ແມ່ນມີບົດບາດສຳຄັນຢ່າງຍີ່ງເພາະໄດ້ນຳເອົາລາຍໄດ້, ຊື່ສຽງມາໃຫ້ແກ່ຜູ້ຜະລິດ ແລະ ເປັນການພັດທະນາທາງດ້ານສີມືແຮງງານອີກດ້ວຍ.

ไม่มีความคิดเห็น:

แสดงความคิดเห็น