folding table - ຊ່າງເຟີນີເຈີ (Carpenter)

ຮຽນວິຊາຊີບ ຊີວິດສົດໃສ

วันเสาร์ที่ 24 กุมภาพันธ์ พ.ศ. 2561

folding table


Related image


ປະຫວັດຄວາມເປັນມາ.


 ປະຫວັດຄວາມເປັນມາຂອງໂຕະພັບໂດຍອີງຕາມຍຸກສະໄໝຂອງ ປະຊາຊົນລາວເຮົາໄດ້ຮັບການປົດປ່ອຍ ເປັນຕົ້ນມາອາໄສໂດຍ ໃຊ້ທຳມະຊາດ, ຕາມທົ່ງພຽງ ແລະ ລ້ອງແມ່ນ້ຳ ທີ່ອຸດົມສົມບູນໄປດ້ວຍດີນດອນຕ່ອນຫຍ້າ ແລະ ທົ່ງພຽງ. ຕໍ່ມາກໍ່ໄດ້ມີການສ້າງບ້ານແປງເມືອງຂື້ນມາເລື້ອຍໆຈຶ່ງເກີດມີການປະດິດຄິດແຕ່ງໂຕະບ່ອນທີ່ໃສ່ຮັບປະທານອາຫານໂດຍການເຮັດດ້ວຍໄມ້ໄຜ່ ຫຼື ໄມ້ປ່ອງແບບສີ່ຂາ, ພື້ນໂຕະເຮັດດ້ວຍແປ້ນ ຫຼື ດ້ວຍໄມ້ໄຜ່ຜ່າເປັນດີ້ວ ແລະ ຕໍ່ມາໄດ້ມີການພັດທະນາການປະດິດຄິດແຕ່ງໂຕະແບບໃໝ່ເປັນໂຕະໄມ້ທີ່ເຮັດດ້ວຍໄມ້ຈີງ ປະເທດເຮົາມີຊັບພະຍາກ່ອນປ່າໄມ້ທີ່ອຸດົມສົມບູນ ຈຶ່ງສາມາດນຳໃຊ້ໃນທາງທີ່ມີຄຸນປໂຫຍດ ຈຶ່ງໄດ້ທຳການຜະລິດໂຕະທຳມະດາ ແລະ ຕໍ່ມາໄດ້ມີການພັດທະນາໂຮງເຟີນີເຈີຂື້ນ ເຊິ່ງໄດ້ຜະລິດໂຕະຊະນິດຕ່າງໆ ໂດຍສະເພາະ ໂຕະພັບເປັນສີນຄ້າມາຮັບໃຊ້ສັງຄົມ ພາຍໃນປະເທດ ແລະ ນອກປະເທດຈົນມາເຖິງປັດຈຸບັນນີ້.


ຈຸດປະສົງລະດັບຄາດໝາຍ.


     ໃນການຜະລິດໂຕະພັບໃຫ້ມີສະມັດຕະພາບ ຄວາມສວຍງາມ, ແບບໃໝ່ໆເປັນໜ້າຈັບອົກຈັບໃຈ ແລະ ທັງເປັນສິ່ງປັບປຸງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ ແລະ ທັງເປັນການເສີມຂະຫຍາຍທາງດ້ານສີມືແຮງງານໃຫ້ມີຄວາມຊຳນິຊຳນານ,ມີຫົວຄິດປະດິດສ້າງສິ່ງໃຫມ່ໆ ແລະ ເປັນທີ່ນິຍົມຂອງຜູ້ບໍລິໂພກທັງຫຼາຍ.
ເພື່ອໃຫ້ກ້າວໄປສູ່ສາກົນເທື່ອລະກ້າວ ແລະ ເປັນທີ່ຂະຫຍາຍການຜະລິດຂອງໂຮງເຟີນີເຈີທາງສີມືແຮງງານໃຫ້ມີຄວາມຊຳນານ, ມີຫົວຄິດປະດິດສ້າງທາງດ້ານເຕັກນິກທຽບເທົ່າສາກົນ ແລະ ມີຄວາມຫຼາກຫຼາຍທາງດ້ານປະດິດສິ່ງໃໝ່ໆ, ອອກມາຮັບໃຊ້ໃນສັງຄົມໃຫ້ຫຼາຍຂື້ນ ແລະ ແກ້ໄຂບັນຫາທີ່ຄ້າງຄາໃນໄລຍະຜ່ານມາ.
ສະນັ້ນເພື່ອໃຫ້ຜະລິດຕະພັນມີຄວາມສົມບູນນັບມື້ນັບດີຂື້ນຕ້ອງຮູ້ຈັກນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ໃຫ້ຄຸ້ມຄ່າດ້ານປະລິມານ ແລະ ຄຸນນະພາບ, ໃຫ້ຜູ້ບໍລິການມີຄວາມເພິ່ງພໍໃຈເໝາະສົມກັບສະພາບເສດຖະກິດໃນປະເທດໂດຍສະເພາະເອົາອອກຈຳໝ່າຍສູ່ສັງຄົມ.

ไม่มีความคิดเห็น:

แสดงความคิดเห็น