ัีຄວາມຮູ້ທົ່ວໄປ - ຊ່າງເຟີນີເຈີ (Carpenter)

ຮຽນວິຊາຊີບ ຊີວິດສົດໃສ

ัีຄວາມຮູ້ທົ່ວໄປ

ຄວາມໝາຍຂອງທຸລະກິດ

ທຸລະກິດແມ່ນກິດຈະກຳທີ່ດຳເນີນໂດຍບຸກຄົນ ຫຼື ກຸ່ມບຸກຄົນ ເພື່ອໃຫ້ເກີດລາຍໄດ້ໂດຍມຸ້ງຫວັງກຳໄລ, ທຸລະກິດອາດເປັນການຜະລິດສິນຄ້າເພື່ອຈຳໝ່າຍ, ການບໍລິການ ຫຼື ຊື້ສິນຄ້າມາເພື່ອຂາຍຕໍ່ກໍ່ໄດ້.

ຄວາມໝາຍຂອງບຸກຄະລິກະພາບ

ຄຳວ່າ"ບຸກຄະລິກະພາບ " Personality" ມາຈາກພາສາລາຕິນ ເຊິ່ງແປວ່າ: ໜ້າກາກ, ຫຼາຍຄົນໄດ້ກ່າວວ່າ : ບຸກຄະລິກະພາບແມ່ນຈຸດລວມທາງກາຍ ແລະ ໃຈ ແມ່ນພິດຕິກຳກິລິຍາທ່າທາງຕ່າງໆ ທີ່ສະແດງອອກຂອງບຸກຄົນນັ້ນ ລວມທັງປັດຊະຍາຊີວິດທີ່ບຸກຄົນໄດ້ເຊື່ອຖື






ປັດໄຈສຳຄັນທີ່ເຮັດໃຫ້ມະນຸດແຕກຕ່າງກັນ


- ກຳມະພັນ : ຄືການສຶບເຊື້ອສາຍທີ່ຮັບການຖ່າຍທອດທາງສາຍພັນເຊິ່ງມາຈາກ ພໍ່, ແມ່, ປູ່, ຍ່າຕາຍາຍ,
- ສິ່ງແວດລ້ອມ : ແມ່ນສິ່ງທີ່ຢູ່ໃກ້ສິດ ແລະ ຕິດພັນເປັນເວລາດົນນານ,
- ການກະທຳ : ການປະພຶດ, ການສະແດງອອກ,
- ໄວອາຍຸ : ຜູ່ໃຫ່ຍຈະແຕກຕ່າງຈາກຜູ້ນ້ອຍ,
- ສຸຂະພາບ : ຮ່າງກາຍແຂງແຮງບໍ່ມີໂລກໄພ,
- ການສຶກສາອົບຮົມ  : ໄດ້ຮັບການສຶກສາອົບຮົມຈາກສະຖານທີ່ແຕກຕ່າງກັນ,
- ເພດ : ແຕ່ກຕ່າງກັນລະຫວ່າງຍິງ ກັບ ຊາຍ,
- ລະດັບການສຶກສາ : ໄດ້ຮັບການສອກສາຫຼາຍ ນ້ອຍຕ່າງກັນ,
- ຖານະທາງດ້ານເສດຖະກິດ : ຄວາມທຸກຍາກ ຄວາມຮັ່ງມີ,
- ຖິ່ນກຳເນີດ : ຕ່າງຖິ່ນກຳເນີດ
- ເຊື້ອຊາດ : ໜ້າຕາ ຜິວພັນຕ່າງກັນ
- ສາສະໜາ : ມີການເຊື່ອຖືທີ່ແຕກຕ່າງກັນ
- ພາສາປາກເວົ້າ : ພາສາຂອງແຕ່ລະທ້ອງຖິ່ນ
- ດ້ານກົດໝາຍ : ແຕ່ກຕ່າງກັນລະຫວ່າງປະເທດ
- ອິດພິພົນ : ມີອຳນາດ ຫຼື ບໍ່ມີອຳນາດ

https://4.bp.blogspot.com/-3Gx-RgufdEU/Wml7-9pwjPI/AAAAAAAAAE4/oaU4E47zE84O2CONjH7zG4D_yEMmQW92ACLcBGAs/s1600/

ທຳມະຊາດຂອງມະນຸດ

ມະນຸດມີນິໄສ ແລະ ສັນດານທີ່ຝັງເລິກຢູ່ໃນຈິດໃຈທຸກຄົນ, ບາງຄົນກໍ່ສະແດງອອກທາງພຶດຕິກຳໃຫ້ເຫັນ ແຕ່ບາງຄົນກໍ່ເກັບໄວ້ບໍ່ສະແດງອອກ ເຊິ່ງມະນຸດມີທຳມະຊາດທີ່ຕິດຕົວມາດັ່ງນີ້:
- ມີຄວາມອິດສາບັງບຽດຕໍ່ຜູ້ອື່ນທີ່ເຫັນວ່າເໜືອກົ່ວຕົນເອງ,
- ມີສັນຊາດສະຍານແຫ່ງການທຳລາຍມັກຄວາມຫາຍະນະເຊັນ: ມັກເບິ່ງໄຟໄໝ້, ລົດຕຳກັນ,
- ມັກຕໍ່ຕ້ານ, ຕໍ່ສູ້ກັບການປ່ຽນແປງ,
- ມີຄວາມຕ້ອງການທາງເພດ,
- ມີຄວາມຍ້ານກົວຕໍ່ໄທທຳມະຊາດ, ເລື່ອງໄສຍະສາດ ແລະ ອິດພິພົນຂອງຜູ້ມີອຳນາດ,
- ມີຄວາມຢ້ານກົວຕໍ່ຄວາມເຈັບປວດ, ຄວາມທຸກທໍລະມານ, ຄວາມທຸຍາກລຳບາກ ແລະ ຄວາມຕາຍ,
- ມີຄວາມໂຫດຮ້າຍທາລຸນ, ມັກຊ້ຳເຕີມຜູ້ອຶ່ນ,
- ມັກເຮັດແຕ່ສິ່ງສະດວກສະບາຍ, ມັກງ່າຍ, ບໍ່ມັກລະບຽບບັງຄັບ,
- ມັກຄວາມຕື່ນເຕັ້ນ, ຫວາດສຽວ, ພະຈົນໄພ, ມັກທ່ອງທ່ຽວ, ມ່ວນຊື່ນລື່ນເລີງ, ການມີປະສົບການການໃຊ້ຊີວິດແບບແປກໆ ໃຫມ່ໆ

ມະນຸດສຳພັນໃນການຕິດຕໍ່ສື່ສານ
มกราคม 25, 2561

ເປັນພຽງຮູບປະກອບ




ຄວາມໝາຍຂອງມະນຸດສຳພັນ

Image result for มนุษย์

 ມະນຸດສຳພັນ Human Relation ໝາຍເຖິງຄວາມສຳພັນລະຫວ່າງຄົນຕໍ່ບຸກຄົນ ຫຼື ຄວາມສຳພັນລະຫວ່າງບຸກຄົນຕໍ່ສັງຄົມໂດຍມີວິທີການລວມຄົນໃຫ້ເຮັດວຽກຮ່ວມກັນຢ່າງມີປະສິດທິພາບ, ມຸ້ງຫວັງໃຫ້ເກີດຄວາມສາມັກຄີ ຮ່ວມແຮງຮ່າວມໃຈ ປະສານງານກັນເພື່ອໃຫ້ເກີດຜົນຕາມເປົ້າໝາຍທີ່ວາງໄວ້ໃຫ້ໄດ້ຮັບຄວາມພໍໃຈທາງດ້ານເສດຖະກິດ, ດ້ານຈິດໃຈ ແລະ ສັງຄົມທົ່ວໄປ.
ຈຸດປະສົງຂອງການຮຽນຮູ້ມະນຸດສຳພັນ

- ຮູ້ເຖິງການພົົວພັນອັນດີລະຫວ່າງຄົນກັບຄົນ,
- ເຮັດໃຫ້ການພົວພັນດ້ານທຸລະກິດດຳເນີນໄປດ້ວຍຜົນສຳເລັດ,
- ເຮັດໃຫ້ກິດຈະການດ້ານທຸລະກິດດຳເນີນໄປຢ່າງບໍ່ຢຸດຢັ້ງ,
- ເປັນການເສີມສ້າງບຸກຄະລິກຂອງຄົນໃຫ້ດີຂຶ້ນເລື້ອຍໆ.

ມະນຸດສຳພັນແມ່ນໜ້າທີ່ຂອງທຸກຄົນ
ໃນປັດຈຸບັນນີ້ໂລກຂອງພວກເຮົາກຳລັງຈະເລີນກ້າວໜ໊າທາງດ້ານເສດຖະກິດ-ສັງຄົມ ແລະ ສະຕິປັນຍາ, ການຕິດຕໍ່ພົົວພັນຂອງຄົນຈຶ່ງມີຂອບເຂດກວ້າງຂວາງຫຼາຍຍິ່ງຂຶ້ນ, ການບໍລິຫານວຽກງານຕ່າງໆ ຈຶ່ງຈຳເປັນຕ້ອງໄດ້ນຳໃຊ້ມະນຸດສຳພັນເຂົ້າຊ່ວຍອີກທາງໜຶ່ງ, ຫາກຜູ້ບໍລິຫານວຽກງານຈະໃຊ້ແຕ່ ອຳນາດ ໃນການບໍລິຫານໂດຍບໍ່ຄຳນຶງເຖິງຈິດໃຈຂອງເພື່ອນຮ່ວມວຽກງານກໍ່ຈະເຮັດໃຫ້ວຽກງານນັ້ນບໍ່ໄດ້ຮັບຜົນດີເທົ່າທີ່ຄວນ

+ ມະນຸດສຳພັນມີຄວາມສຳຄັນຕໍ່ຈິດໃຈຂອງຄົນທຸກຄົນເພາະມັນຈະຊ່ວຍໃຫ້ :
- ເຫດການຮ້າຍກາຍເປັນເຫດການດີ
-ຄົນໂຫດຮ້າຍກາຍເປັນຄົນດີ
- ຄົນໃຈແຄບກາຍເປັນຄົນໃຈກວ້າງ
- ຄົນບໍ່ໃຫ້ຄວາມຮ່ວມມືກາຍເປັນຄົນໃຫ້ຄວາມຮ່ວມມື
- ຄົນບໍ່ມີກຳລັງໃຈກາຍເປັນຄົນມີກຳລັງໃຈ

ไม่มีความคิดเห็น:

แสดงความคิดเห็น