paints - ຊ່າງເຟີນີເຈີ (Carpenter)

ຮຽນວິຊາຊີບ ຊີວິດສົດໃສ

paints

  • ສີຍ້ອມໄມ້


+ ຄຸນສົມບັດ 

- ຟີມສີທົນທານດົນກວ່າສີຍ້ອມໄມ້ທົ່ວໄປເຖິງ 2 ເທົ່າ ດ້ວຍເທັກໂນໂລຢີໄທທານຽມນາໂນ (Titanium Nano) - ຟີມ     ສີສົດໃສໂຊລາຍໄມ້ຊັດເຈນແຂງແກ່ນບໍ່ລອກງ່າຍ

- ແຫ້ງໄວ, ຊຶມເລີກປ້ອງກັນນ້ຳຊຶມເຂົ້າເນື້ອໄມ້ 100 % - ເສີມການປ້ອງກັນແສງແດດ ແລະ ລັງສີ UV ດ້ວຍສານ       UV Protection

 - ປ້ອງກັນປວກ, ມອດ, ແມງໄມ້ທີ່ກັດກິນໄມ້, ເຊື້ອລາ ດ້ວຍສານ Anti-All-Insects 

 - ປາສະຈາກສານຕະກົ່ວມາດຕະຖານຢູ່ຣົບ EN71





  • ສີຍ້ອມ​ໄມ້​ເບ​ເຢີ (Bayer woodstain)


+ ຄຸນສົມບັດ


       - ​ເນື້ອ​ສີ​ຊຶມ​ເລີກ​ເຖີງ​ເນື້​ອ​ໄມ້ ຕິດ​ເກາະ​ແໜ້ນ​ດ້ວຍ​ຊຸບ​ເປີ​ເຣຊັນ ຟີມສີ​ບໍ່​ແຕກ​ ບໍ່​ລອກ​ງ່າຍ
      - ຟີມສີ​ໂປງ​ແສງ 100 % ​ໂຊ​ລາຍ​ໄມ້​ຊັດ​ເຈນ ດ້ວຍ Crystal Clear
      - ປ້ອງ​ກັນ​ລັງສີ UV ​ໄດ້​ດີ​ດ້ວຍ UV Guard
      - ປ້ອງ​ກັນ​ນ້ຳ​ເຂົ້າ​ແຕ່​ໄມ້​ຍັງ​ສາມາດ​ລະ​ຍາຍ​ຄວາມ​ຊຸ່ມ​ໄດ້
      - ຟີມສີ​ມີ​ຄວາມ​ຍືດຢຸ່ນ ຈຶ່ງ​ບໍ່​ແຕກ ​ແລະ ລອກ​ລ້ອນ
      - ປ້ອງ​ກັນ​ເຊື້ອ​ລາ ​ແລະ ​ແມງ​ກິນ​ໄມ້
      - ​ຟີມສີ​ລຽບ​ນຽນ ບໍ່​ເປັນ​ເມັດ

      - ປອດ​ໄພ​ຕໍ່​ຜູ້​ຢູ່​ອາ​​ໄສ ດ້ວຍ​ມາດຕະຖານ​ຄວາມ​ປອດ​ໄພ​ຂອງ​ຢູຣົບ EN71










  • ສີ​ຍ້ອມ​ໄມ້​ວູດ​ເທັກ (Woodtect woodstain)



                                                              + ຄຸນສົມບັດ

       
ສີ​ຍ້ອມ​ໄມ້​ວູດ​ເທັກ​ວູດສ​ເຕັນ​ເປັນ​ສີ​ຮັກສາ​ເນື້​ອ​ໄມ້​ເທັກ​​ໂນ​ໂລ​ຢີຈາ​ກການ​ວິ​ໄຈ ​ແລະ ພັດທະນາ​ໂດຍ​ສະ​ເພາະ​ສຳລັບ​ວຽກ​ໄມ້​ທັງ​ພາຍ​ໃນ ​ແລະ ພາຍ​ນອກ​ທຸກ​ຊະນິດ ​ເພື່ອ​ປົກ​ປ້ອງ​ຮັກສາ​ເນື້ອ​ໄມ້​ໃຫ້​ສວຍ​ງາມ, ທົນ​ທານ, ທົນ​ແດດ​, ທົນ​ຝົນ ​ເຮັດ​ໃຫ້​ໄມ້​ມີອາຍຸ​ການ​ໃຊ້​ງານ​ທີ່​ຍາວ​ນານ​ດ້ວຍ​ຄຸນສົມບັດ​ທີ່​ເໜືອ​ຊັ້ນ, ສີ​ຍ້ອມ​ໄມ້​ວູດ​ເທັກ​ວູກສ​ເຕັນ​ຊະນິດ​ເງົາ ​ເນື້ອ​ສີ​ໂປ່​ງ​​ແສງ​ພິ​ເສດ ​ໂຊ ​ແລະ ​ເນັ້ນ​ໃຫ້ລາຍ​ໄມ້​ມີຄວມ​ສວຍ​ງາມ​ເປັນ​ທຳ​ມະ​ຊາດ​ເໝາະ​ສຳ​ລັບ​ງານ​ໄມ້​ທີ່​ຕ້ອງການ​ໃຫ້​ລາຍ​ໄມ້​ສວຍ​ງາມ​ເຊັ່ນ: ຝາ, ບານ​ປະຕູ, ບານ​ປ່ອງຢ້ຽມ​ເປັນຕົ້ນ.











  • ຂັ້ນຕອນການທາສີຍ້ອມໄມ້


     + ການກະກຽມພື້ນຜິວໄມ້ທີ່​ຈະ​ທາສີ​ຍ້ອມ​ໄມ້

      - ກໍລະນີໄມ້ທີ່ເຄີຍທາສີມາກ່ອນແລະ ຟີມສີລ້ອກຫຼ້ອນ ຫຼື ​​ເປັນໄມ້ເກົ່າທີ່ບໍ່ເຄີຍທາສີມາກ່ອນໃຫ້ຄັດໂດຍກະດາດຊາຍຈົນຮອດເນື້ອໄມ້ເດີມ, ຖ້າເປັນໄມ້ໃໝ່ໃຫ້ຄັດກະດາດຊາຍເພື່ອໃຫ້ສ້ຽນໄມ້ອອກແລ້ວອານາໄມໃຫ້ສະອາດ, ພື້ນຜິວໄມ້ຕ້ອງປາສະຈາກໄຂມັນ, ຝຸ່ນ, ນ້ຳມັນຫຼື ສິ່ງແປກປອມຕ່າງ.
      - ກໍລະນີສີເກົ່າຍັງຢູ່ໃນສະພາບດີໃຫ້ຄັດຜິໄມ້ດ້ວຍກະດາດຊາບເບີ 320 ​ແລ້ວອະນາໄມໃຫ້ສະອາດ
      - ຖ້າໃນກໍລະນີທີ່ໄມ້ມີຢາງຕ້ອງທຳຄວາມສະອາດດ້ວຍທີເນີເບີ M-77
      - ອັດ​ໂປ້ຮູ ຫຼື ຫົວ​ຕະປູ​ດ້ວຍ​ວູດຟິວ​ເລີ​ປະ​ໄວ້​ໃຫ້​ແຫ້ງ​ປະ​ມານ 30 ນາທີ ​ແລ້ວ​ຄັດ​ກະດາດ​ຊາຍ ​ແລະ ອານາ​ໄມ​ໃຫ້​ສະອາດ
      - ສາມາດທາໂດຍບໍ່ຕ້ອງທາສີຮອງພື້ນ
      - ຄົນສີໃຫ້ທົ່ວຈົນເປັນເນື້ອດຽວກັນກ່ອນໃຊ້ວຽກແລະ ໝັ່ນຄົນໃນເວລາທີ່ທາຢູ່ໂດຍຄົນຈາກລຸ່ມຂຶ້ນມາຫາເທິງ
      - ສາມາດທາໂດຍບໍ່ຕ້ອງປະສົມທີເນີແຕ່ຖ້າອາກາດຮ້ອນຫຼາຍຄວນປະສົມດ້ວຍທີເນີສະເພາະແຕ່ບໍ່ຄວນເກີນ 5-10%
      - ຈຸ່ມ​ຟອຍ​ລົງ​ໃນ​ສີ​ໃຫ້​ພໍປະມານ​ກ່ອນ​ທີ່​ຈະ​ນຳ​ໄປ​ທາ ບໍ່​ຄວນ​ທາ​ດ້ວຍ​ຟອຍ​ທີ່​ປຽກ​ເກີນ​ໄປ
      - ທາ​ຕາມ​ລວງ​ຂອງ​ເຊັນ​ໄມ້ ​ແລະ ຕ້ອງ​ທາ​ໄປ​ກັບ​ເທື່ອ​ໃຫ້​ສີ​ຊຶມ​ລົງ​ໃນ​ເນື້ອ​ໄມ້​ດີ​ຂຶ້ນ
      - ສຳລັບ​ພາຍນອກ​​ແມ່ນ​ຄວນ​ທາ 3 ​ເທື່ອ ​ແລະ ສຳລັບ​ພາຍ​ໃນ​ແມ່ນ 2 ​ເທື່ອ, ​ເຊິ່ງ​ແຕ່ລະ​ເທື່ອ​ແມ່ນ​ຕ້ອງ​ເວັນ​ໄລຍະ​ເວລາ​ໃຫ້​ແຫ້ງ​ປະມານ 8-10 ຊົ່ວ​ໂມງ.

​     + ​ເຄັດ​ລັບ


          ຖ້າ​ເປັນ​ໄມ້​ເນື້ອ​ອ່ອນ​ຫຼັງ​ຈາກ​ກະກຽມ​ພື້ນ​ຜິວ​ໄມ້​ສຳ​ເລັດ​ແລ້ວ​ໃຫ້​ທາ​ດ້ວຍ​ນຳ​ຢາ​ຮັກສາ​ເນື້ອ​ໄມ້ ​ເບ​ເຍີ B-6900 ສໍາລັບ​ຮອງ​ພື້ນ​ເພື່ອ​ປ້ອງ​ກັນ​ເຊື້ອ​ລາ, ປວກ, ມອດ ​ແລະ ​ແມງ​ກິນ​ໄມ້ ຈຳນວນ 1 ​ຄັ້ງ ປະ​ໃຫ້​ແຫ້ງ 1-2 ຊົ່ວ​ໂມງ.


ສີທີ່ໃຊ້ສຳລັບວຽກງານຊ່າງໄມ້ ຄິກບ່ອນນີ້

ສີສຳລັບໃຊ້ໃນວຽກກໍ່ສ້າງ ຄິກບ່ອນນີ້

ไม่มีความคิดเห็น:

แสดงความคิดเห็น