carpenter - ຊ່າງເຟີນີເຈີ (Carpenter)

ຮຽນວິຊາຊີບ ຊີວິດສົດໃສ

carpenter

Image may contain: indoor



ການອອກແບບ
ປະເພດຂອງການອອກແບບ   ການແບ່ງປະເພດຂອງການອອກແບບມີການແບ່ງໄດ້ຫຼາຍແບບທັງນີ້ກໍ່ຂຶ້ນຢູ່ກັບ
ຄວາມເຊື່ອແລະຄວາມເຂົ້າໃຈຂອງຜູ້ແບ່ງນັ້ນເຊັ່ນ:

1.1 ອອກແບບການຕົບແຕ່ງ
    ການອອກແບບຕົກແຕ່ງພາຍໃນອາຄານ  ໝາຍເຖິງການຕົກແຕ່ງ,ປະດັບປະດາໃນອາຄານໃຫ້ມີຄວາມສວຍ
ງາມ ເຊັ່ນ: ປູພື້ນດ້ວຍໄມ້ປັກແກ,ຕີໄມ້ກັນເປື້ອນ,ເຮັດເພດານຈົກ,ເພດານໂຊ,ມອບເພດານດ້ວຍບົວໂຟລິງເຮັດໄມ້
ປານໂນອ້ອມເສົາກາງເປັນຍ່ານແຕ່ເທິງຫາລຸ່ມຫຼືວ່າເຮັດແບບບານແກ້ວໃສ່ເປັນຍ່ານ,ເຮັດບົວໃຫຍ່ອ້ອມຫົວເສົາເບື້ອງເທິງ,ໃສ່ດອກໄຟປະດັບ,ເຮັດຕູ້ໂຊຕິດຝາ,ທາສີຝາດ້ານໃນ,ທາສີສະແລັກຫຼືສີຢູຣີເທນໃສ່ໄມ້ເພດານຫຼືກັນເປື້ອນແລະອຶ່ນໆ
      ການອອກແບບຕົບແຕ່ງພາຍນອກອາຄານ ໝາຍເຖິງການຕົກແຕ່ງ,ປະດັບປະດານອກອາຄານໃຫ້ມີຄວາມສວຍງາມຂຶ້ນຕື່ມ ເຊັ່ນ: ຕິດບົວອ້ອມຂອບວົງກົບປະຕູແລະຂອບວົງກົບປ່ອງຢ້ຽມ,ຕິດບົວອ້ອມຫົວເສົາດ້ານນອກ,ຕິດບົວອ້ອມບ່ອນມີຄານຕ່າງໆ,ຕີໄມ້ເຮັດດາດຟ້າດ້ານນອກ,ແລ່ນບົວໄມ້ປ້ານລົມແລະປ້ານຊາຍ,ທາສີຝາດ້ານນອກ,
ທາສີນ້ຳມັນໃສ່ໄມ້ປ້ານລົມຫຼືປ້ານຊາຍ.
1.2.ການອອກແບບຜະລິດຕະພັນ
      ເປັນການອອກແບບເຄື່ອງອຸປະໂພກບໍລິໂພກເພື່ອໃຊ້ໃນຊີວິດປະຈຳວັນເຊັ່ນ:ການອອກແບບເຄື່ອງນຸ່ງຫົ່ມ,ເຄື່ອງປະດັບສິ່ງຂອງໃຊ້,ແລະການອອກແບບເຄື່ອງເຟີນີເຈີຕ່າງໆ ຜະລິດຕະພັນເລົ່ານີ້ສ່ວນໃຫຍ່ ເປັນຜະລິດຕະພັນອຸດສາຫະກຳມີການຜະລິດຈຳນວນຫຼວງຫຼາຍໃນການຂາຍກໍ່ຕ້ອງຂາຍໃຫ້ໄດ້ຫຼາຍເພື່ອໃຫ້ສຳພັນກັບການຜະລິດຊຶ່ງຈຸດປະສົງໃນການຜະລິດຕ້ອງຄຳນຶງເຖິງປັດໃຈຕ່າງໆໃນການອອກແບບດັ່ງນີ້:
1.    ຄວາມສຳພັນຂອງຮູບແບບ ວັດຖຸແລະວິທີການຜະລິດ.
2.    ຄວາມສຳພັນຂອງຮູບແບບ ປະໂຫຍດໃຊ້ສອຍກັບຄວາມຕ້ອງການຂອງຜູ້ບໍລິໂພກ.
3.    ຄວາມສຳພັນຂອງຮູບແບບ ກັບຄຸນຄ່າທາງຄວາມງາມ.
4.    ຄວາມສຳພັນຂອງຮູບແບບ ກັບໄລຍະເວລາໃນການຜະລິດ
1.3   ການອອກແບບເຄື່ອງເຟີນີເຈີ
ໃນການອອກແບບເຄື່ອງເຟີນີເຈີນີ້ກໍ່ແມ່ນວຽກງານໜຶ່ງທີ່ສຳຄັນ ເພາະວ່າຄົນເຮົາທຸກຄົນໃນສັງຄົມໃນແຕ່ລະຍຸກແຕ່ລະສະໄໝແມ່ນມີຄວາມຕ້ອງການໃຊ້ເຄື່ອງເຟີນີເຈີທີ່ແຕກຕ່າງກັນ ດັ່ງນັ້ນຜູ້ອອກແບບຕ້ອງໄດ້ຄຳນຶງເຖິງ
ການອອກແບບໃຫ້ຖືກໃຈກັບລູກຄ້າ ເພື່ອດຶງດູດຈິດໃຈຂອງລູກຄ້າເຊັ່ນ ລູກຄ້າບາງບຸກຄົນກໍ່ມັກເຄື່ອງເຟີນີເຈີແບບທຳມະດາບໍ່ມີລວດລາຍຫຼາຍ ແຕ່ລູກຄ້າບາງຄົນກໍ່ມັກແບບມີລວດລາຍແບບທີ່ແປກໆບໍ່ເຄີຍມີມາກ່ອນ
ຫຼືວ່າເຮົາອາດຈະດັດແບບເກົ່າທີ່ເຄີຍໃຊ້ໃຫ້ເປັນແບບໃໝ່ທີ່ຕ່າງກັບແບບເດີມ ກໍ່ໄດ້,ລູກຄ້າສະໄໝກ່ອນມັກ ຫຼື
ແກະສະລັກໄມ້ຕ່າງໆ ແຕ່ລູກຄ້າໃນສະໄໝປະຈຸບັນມັກແບບມີລວດລາຍຫຼາຍ,ມີກົ່ງໂຄ້ງແລະສະລັກໄມ້ໃຫ້
ເປັນດອກ ເປັນລາຍເພື່ອຄວາມສວຍງາມ.
ຕົວຢ່າງ: 
1.   ອອກແບບໂຕະຕັ່ງກົ່ງໂຄ້ງແລະແກະສະລັກໃສ່ໄມ້ແປ້ນຫຼັງອິງຫຼືວ່າໄມ້ປານໜ້າ,ປານຂ້າງ.
2.   ອອກແບບຕູ້ໂຊ,ຕູ້ຕິດຝາມີລວດລາຍກົ່ງໂຄ້ງ,ກົ່ງໝົດທັງໜ່ວຍຕູ້,ກົ່ງສ່ວນບານປະຕູ,ກົ່ງລີ້ນຊັກແລະອຶ່ນໆ       3.  ອອກແບບບານປະຕູສະແປນກົ່ງໂຄ້ງແລະແກະສະລັກໃສ່ໄມ້ປານໂນ.ອອກແບບຕຽງນອນແບບຫົວກົ່ງໂຄ້ງແກະສະລັກສ່ຫົວຕຽງ.
ດັ່ງນັ້ນການອອກແບບທີ່ຖືກໃຈກັບລູກຄ້າກໍ່ແມ່ນສ່ວນໜຶ່ງທີ່ດຶງດູດຈິດໃຈຂອງລູກຄ້າແລະເຮັດໃຫ້ເພີ້ມມູນ

ไม่มีความคิดเห็น:

แสดงความคิดเห็น