Table - ຊ່າງເຟີນີເຈີ (Carpenter)

ຮຽນວິຊາຊີບ ຊີວິດສົດໃສ

วันเสาร์ที่ 24 กุมภาพันธ์ พ.ศ. 2561

Table


ປະຫວັດຄວາມເປັນມາຂອງໂຕະນໍ້າຊາ


ຜ່ານການດໍາລົງຊີວິດອັນຍາວນານມາຫຼາຍລະບອບ, ຫຼາຍຍຸກ ແລະ ຫຼາຍສະໄໝຂອງມະນຸດເຮົາຄົນລາວກໍ່ແມ່ນປະຊາກອນອີກກຸ່ມໜຶ່ງທີ່ອາໄສຢູ່ບົນໂລກນີ້ເຊິ່ງດໍາລົງຊີວິດຜ່ານສັງຄົມຕ່າງໆທີ່ອາໄສທໍາມະຊາດເປັນເຄື່ອງມືຮັບໃຊ້ໃນການທໍາມາຫາກິນ ແລະ ຜະລິດເພື່ອລ້ຽງຊີບຂອງຕົນເອງເປັນເວລາດົນນານ, ການນໍາໃຊ້ເຄື່ອງຕ່າງໆເຫຼົ່ານັ້ນຂອງມະນຸດກໍ່ຄືປະຊາຊົນລາວເຮົາກໍ່ມີຫົວຄິດປະດິດແຕ່ງ,ດັດແປງທໍາມະຊາດໃຫ້ກາຍມາເປັນເຄື່ອງໃຊ້ໃນເຮືອນ ຫຼື ສະຖານທີ່ພັກຜ່ອນ,ບ່ອນຊຸມນຸມກັນໂດຍສະເພາະແລ້ວກໍ່ຄືໂຕະຕັ່ງເພື່ອໄວ້ວາງຈອກນ້ຳຊາ, ນ້ຳ ແລະ ກະຕິກນ້ຳ. ສະນັ້ນການຜະລິດໂຕະນ້ຳຊາຈຶ່ງເປັນສິ່ງຈຳເປັນຂອງການດຳລົງຊີວິດແຕ່ການເຮັດໂຕະດັ່ງກ່າວນັ້ນໃນສະໄໝບູຮານນະການ,ນັ້ນຈະນໍາໃຊ້ໄມ້ຈິງມາເຮັດເສົາໂດຍການບັກໃຫ້ເປັນບ່າແລ້ວກໍ່ໃສ່ໄມ້ຂາງແລ້ວກໍ່ໃຊ້ໄມ້ຕອກຫວາຍມັດຍຶດໄວ້ໃຫ້ແໜ້ນແລ້ວກໍ່ເອົາແປ້ນໄມ້ປ່ອງມາປູເຮັດໜ້າໂຕະ, ນີ້ກໍ່ຖືວ່າເປັນໂຕະໜ່ວຍໜຶ່ງເພື່ອເປັນບ່ອນວາງກະຕິກນໍ້າ, ຈອກນໍ້າຊາ ແລະ ອື່ນໆ. ແຕ່ການຜະລິດດັ່ງກ່າວກໍ່ເລີ່ມມີການພັດທະນາ ແລະ ດັດແປງມາເລື້ອຍໆບໍ່ວ່າຈະເຮັດດ້ວຍວິທີໃດກໍ່ຕາມ, ດັ່ງນັ້ນມາເຖິງປັດຈຸບັນນີ້ການຜະລິດເຄື່ອງໃຊ້ຕ່າງໆທີ່ເຮັດດ້ວຍເຄື່ອງມືກໍ່ຫັນປ່ຽນມາຜະລິດດ້ວຍເຄື່ອງຈັກໂດຍໃຊ້ມັນສະໝອງ ແລະ ຄວາມຊໍານານໃນການຜະລິດເຄື່ອງໃຊ້ທີ່ເຮັດດ້ວຍໄມ້ນັບທັງການເຮັດໂຕະນໍ້ຊາແບບຂາໂຄ້ງກໍ່ເປັນໜຶ່ງໃນເຄື່ອງໃຊ້ພາຍໃນເຮືອນທີ່ສາມາດຜະລິດໃຫ້ເປັນສິນຄ້າເພື່ອຮັບໃຊ້ສັງຄົມພາຍໃນຄອບຄົວ ຫຼື ສົ່ງອອກຕ່າງເມືອງ, ຕ່າງແຂວງ ແລະ ສົ່ງອອກນອກປະເທດກໍ່ໄດ້, ນັ້ນກໍ່ຖືວ່າການປ່ຽນແປງພັດທະນາສີມືການຜະລິດຂອງມະນຸດເຮົາກໍ່ເປັນແນວຄິດຕໍ່ເນື່ອງເສີມສ້າງຂື້ນເລື້ອຍໆຈົນເຖິງປັດຈຸບັນ.

ไม่มีความคิดเห็น:

แสดงความคิดเห็น